ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ເຂົ້າຮ່ວມເວທີປາໄສ Global Gateway
ໜັງສືພິມກອງທັບຫວຽດນາມ ລາຍງານໃນອາທິດຜ່ານມາ, ທ່ານ ເຈິ່ນ ຮົ່ງຮ່າ ຮອງນາຍົກລັດຖະມົນຕີໄດ້ນຳໜ້າຄະນະຜູ້
ແທນຫວຽດນາມ ເຂົ້າຮ່ວມ ເວທີປາໄສປະຕູທົ່ວໂລກຕາມ ຄຳເຊີນຂອງທ່ານນາງ ເອີຊູລາ ວອນເດີ ເລເຢັນ ປະທານຄະນະກຳ
ມະການເອີລົບ (EC), (Forum Global Gateway) ໂດຍສະຫະພາບເອີຣົບ (EU) ຈັດຕັ້ງຂຶ້ນໃນລະຫວ່າງວັນທີ 25-26
ຕຸລາ 2023 ຢູ່ປະເທດແບນຊິກ.
ຫົວຂໍ້ກອງປະຊຸມປີນີ້ແມ່ນ “ຮ່ວມກັນສ້າງຄວາມເຂັ້ມແຂງຜ່ານການລົງທຶນແບບຍືນຍົງ”, ໂດຍວາງເປົ້າ ໝາຍເພີ່ມທະວີການ
ສົມທົບກັນລະຫວ່າງບັນດາປະເທດ, ອົງການຈັດຕັ້ງສາກົນ ແລະ ພາກເອກະຊົນເພື່ອເຫັນດີເປັນເອກະພາບຕໍ່ທິດທາງ ແລະ ລະດົມ
ແຫຼ່ງກຳລັງ, ເພີ່ມທະວີການລົງທຶນເຂົ້າໃນພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ, ພັດທະນາຊັບພະຍາກອນມະນຸດ, ລະບົບສາທາລະ
ນະສຸກ ເພື່ອການພັດທະນາແບບຍືນຍົງ. ໃນ 2 ວັນຂອງກອງປະຊຸມ, ບັນດາການນຳໄດ້ສຸມໃສ່ປຶກສາຫາລືບັນດາຂໍ້ລິເລີ່ມ, ມາດ
ຕະການເພື່ອແນໃສ່ເພີ່ມທະວີການລົງທຶນໃນ 6 ຂົງເຂດບຸລິມະສິດ ຄື: ການຫັນປ່ຽນພະລັງງານສີຂຽວ ແລະ ໄຮໂດຣສີຂຽວ, ການ
ພັດທະນາພື້ນຖານໂຄງລ່າງຄົມມະນາຄົມສະຫຼາດ, ການເຊື່ອມຕໍ່ດີຈີຕອນ, ວັດຖຸດິບທີ່ຈຳເປັນ, ຍົກສູງກຳລັງຄວາມສາມາດດ້ານສາ
ທາລະນະສຸກ, ການສຶກສາ ແລະ ກໍ່ສ້າງ. ກ່າວຄຳເຫັນໃນເວລາປຶກສາຫາລືຂັ້ນສູງກ່ຽວກັບການຫັນປ່ຽນພະລັງງານສີຂຽວ ແລະ ໄຮ
ໂດຣ ສີຂຽວ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕີລາຄາວ່າ: ຍຸດທະສາດຂອງກອງປະຊຸມເທື່ອນີ້, ໄດ້ກ້າວເຂົ້າສູ່ໄລຍະຜັນຂະ
ຫຍາຍຕົວຈິງ, ສະເໜີຫຼາຍມາດຕະການລະອຽດ ແລະ ເຕັກນິກ. ຫວຽດນາມ, ເປັນ 1 ໃນ 4 ປະເທດທີ່ໄດ້ສ້າງຕັ້ງການພົວພັນຄູ່
ຮ່ວມມືດ້ານການຫັນປ່ຽນພະລັງງານຢ່າງສະເໝີພາບກັບບັນດາປະເທດພັດທະນາ, ພ້ອມແລ້ວທີ່ຈະຮ່ວມມືກັບປະເທດຕ່າງໆ ເພື່ອ
ພ້ອມກັນປະຕິບັດເປົ້າໝາຍພັດທະນາແບບຍືນຍົງຜ່ານການແບ່ງປັນຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງຕົນ.
ທ່ານ ຮອງນາຍົກລັດຖະມົນຕີ ຍັງສະເໜີໃຫ້ບັນດາປະເທດພັດທະນາ ແລະ ພາກເອກະຊົນ ເພີ່ມທະວີການສະໜອງເຕັກໂນໂລ
ຊີ, ການເງິນສີຂຽວ, ໜູນຊ່ວຍກໍ່ສ້າງຊັບພະຍາກອນມະນຸດ, ບົດຮຽນ ແລະ ປະສົບການໃນການຄຸ້ມຄອງ ເພື່ອໃຫ້ທົ່ວໂລກບັນລຸເປົ້າ
ໝາຍການປ່ອຍອາຍພິດເຮືອນແກ້ວລົງຕ່ຳສຸດໃນປີ 2050.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 08/11/2023